LPB Association

LPB Association ສະມາຄົມໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານບັນເທິງ-ຄາຣາໂອເກະ, ຮ້ານນວດ ແລະ ສະປາ ຫຼວງພະບາງ

ງານສໍາມະນາ ວິຊາການ ພາຍໃຕ້ຫົວຂໍ້ ‘‘ການອະນຸຮັກມໍຣະດົກໂລກ ແລະການພັດທະນາການທ່ອງທ່ຽວວັດທະນະທຳ ແບບຢືນຍົງ’’--------------------...
06/10/2025

ງານສໍາມະນາ ວິຊາການ ພາຍໃຕ້ຫົວຂໍ້ ‘‘ການອະນຸຮັກມໍຣະດົກໂລກ ແລະການພັດທະນາການທ່ອງທ່ຽວວັດທະນະທຳ ແບບຢືນຍົງ’’
----------------------
ເນື່ອງໃນວັນຄົບຮອບ 30 ປີ ຂອງການເປັນເມືອງມໍຣະດົກໂລກຫຼວງພະບາງ
#06ຕຸລາ2025

ສຳເລັດການເຂົ້າຮ່ວມງານວາງສະແດງຜະລິດຕະພັນການທ່ອງທ່ຽວ ໃນງານມະຫາກຳການທ່ອງທ່ຽວ ອະນຸພາກພື້ນແມ່ນ້ຳຂອງ ປະຈຳປີ 2025...
28/06/2025

ສຳເລັດການເຂົ້າຮ່ວມງານວາງສະແດງຜະລິດຕະພັນການທ່ອງທ່ຽວ ໃນງານມະຫາກຳການທ່ອງທ່ຽວ ອະນຸພາກພື້ນແມ່ນ້ຳຂອງ ປະຈຳປີ 2025...

ທ່ານ ດາວເພັດ ບຸບຜາພັນ ຮອງປະທານສະມາຄົມ ໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານບັນເທີງ-ຄາຣາໂອເກະ, ຮ້ານນວດ ແລະ ສະປາ ແຂວງຫວງພະບາງ ...
28/06/2025

ທ່ານ ດາວເພັດ ບຸບຜາພັນ ຮອງປະທານສະມາຄົມ ໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານບັນເທີງ-ຄາຣາໂອເກະ, ຮ້ານນວດ ແລະ ສະປາ ແຂວງຫວງພະບາງ (ຄະນະກຳມະການມາດຕະຖານອາຊຽນ ຂັ້ນແຂວງ) ຮ່ວມລົງປະເມີນມາດຕະຖານ ໂຮງແຮມຂຽວອາຊຽນ ເພື່ອສະເໜີຂໍຮັບລາງວັນໃນປີ 2026 ທີ່ປະເທດ ຟີລິບປິນ...

ພິທີເປີດຊຸດຝຶກອົບ ເພື່ອຍົກລະດັບທັກສະສໍາລັບທຸລະກິດໂຮງແຮມ, ຮ້ານອາຫານ ຂະໜາດນ້ອຍ ແລະ ກາງ ພາຍໃນແຂວງຫຼວງພະບາງ ຄັ້ງທີ II ໃນລະຫວ...
28/04/2025

ພິທີເປີດຊຸດຝຶກອົບ ເພື່ອຍົກລະດັບທັກສະສໍາລັບທຸລະກິດໂຮງແຮມ, ຮ້ານອາຫານ ຂະໜາດນ້ອຍ ແລະ ກາງ ພາຍໃນແຂວງຫຼວງພະບາງ ຄັ້ງທີ II ໃນລະຫວ່າງວັນທີ 28 ເມສາ ຫາ 01 ພຶດສະພາ 2025...

05/03/2025

ນະຄອນຫຼວງພະບາງ ໄດ້ຮັບລາງວັນ ເລື່ອງລາວຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງຂອງໂລກທີ່ ດີເດັ່ນ ສໍາລັບປີ 2025 (2025 Green Destinations Top 100 Story Awards) ອັນດັບທີ 03 ໃນໝວດ “ການ ບໍລິຫານຈັດການ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວ (Destination Management)” ທີ່ຮັບຮູ້ເຖິງ ຄວາມສໍາເລັດໃນການພັດທະນາການທ່ອງທ່ຽວທີ່ຍືນຍົງ ຫຼື ການປັບປຸງຄືນໃໝ່ໃຫ້ດີຂຶ້ນ, ການຄຸ້ມຄອງ ການທ່ອງທ່ຽວ ແລະ ການຟື້ນຟູຫຼັງວິກິດການ.

ໂດຍການໃຫ້ຄະແນນຈາກທົ່ວໂລກ ໃນງານມະຫະກຳ ການທ່ອງທ່ຽວໂລກ ITB Berlin 2025 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4 - 6 ມີນາ 2025 ທີ່ນະຄອນຫຼວງເບີລິນ ປະເທດເຢຍລະມັນ. ເຊິ່ງລາງວັນດັ່ງກ່າວ, ແມ່ນຜົນສືບເນື່ອງມາຈາກ ການໄດ້ຮັບລາງວັນ ໜຶ່ງໃນຮ້ອຍເລື່ອງລາວ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງຂອງໂລກ (Top 100 Destination Sustainability Awards) ຂອງອົງ ການທ່ອງທ່ຽວສີຂຽວ (Green Destination) ໃນງານປະຊຸມຈຸດໝາຍປາຍທາງການທ່ອງທ່ຽວສີຂຽວສາກົນ ທີ່ ປະເທດຊິລີ ປີ 2024.

ລາງວັນດັ່ງກ່າວ ແມ່ນໝາກຜົນຂອງຄວາມພະຍາຍາມ ໃນການປົກປັກຮັກສາມໍລະດົກໂລກ ແລະ ພັດທະນາການທ່ອງທ່ຽວ ຂອງອົງການປົກຄອງແຂວງ ທີ່ເລັງເຫັນຄວາມສໍາຄັນໃນການພັດທະນາແບບຍືນຍົງ ພາຍໃນແຂວງ; ທັງແມ່ນຄວາມພາກພູມໃຈ ຂອງຊາວຫຼວງພະບາງ ເວົ້າລວມກໍຄືຂອງປະເທດ ເຊິ່ງເປັນການໄດ້ຮັບ ລາງວັນຄັ້ງທໍາອິດຂອງຊາດ ແລະ ເປັນຊາດທຳອິດທີ່ໄດ້ຮັບລາງວັນໃນບັນດາປະເທດ CLMV (ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ).

ສໍາລັບແຜນທິດທາງປີ 2025 ແມ່ນຈະສຸມໃສ່ປັບປຸງຕາມເງື່ອນໄຂ ແລະ ຕົວຊີ້ວັດໃນແຕ່ລະດ້ານ ເພື່ອສະ ເໜີຂໍການຢັ້ງຢືນຮັບເອົາ ຫຼວງພະບາງເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງ (Green Destination Ceritfication) ຈາກອົງການທ່ອງທ່ຽວສີຂຽວ; ເຊິ່ງແມ່ນອົງການນໍາໜ້າໃນດ້ານການຢັ້ງຢືນຄວາມຍືນຍົງ ໃຫ້ແກ່ ຈຸດໝາຍປາຍທາງການທ່ອງທ່ຽວ ແລະ ຜູ້ປະກອບການທຸລະກິດໃນທົ່ວໂລກ ທີ່ຖືກຮັບຮອງໂດຍ ສະພາ ການທ່ອງທ່ຽວໂລກ ຫຼື GSTC (Global Sustainable Tourism Council). ສໍາລັບມາດຖານຂອງຈຸດໝາຍ ປາຍທາງການທ່ອງທ່ຽວແບບຍືນຍົງ ປະກອບມີ 06 ໝວດຄື: 1) ການບໍລິຫານຈັດການ ແລະ ຄຸ້ມຄອງຈຸດໝາຍ ປາຍທາງການທ່ອງທ່ຽວ; 2) ທຳມະຊາດ ແລະ ທັດສະນິຍະພາບ; 3) ສິ່ງແວດລ້ອມ ແລະ ສະພາບອາກາດ; 4) ວັດທະນະທຳ ແລະ ຮີດຄອງປະເພນີ; 5)ຄວາມເປັນຢູ່ທີ່ດີຂອງຄົນໃນສັງຄົມ; ແລະ 6) ການປະກອບທຸລະກິດ ແລະ ການສື່ສານ.

#ແຂວງຫລວງພະບາງ
#ຮັບລາງວັນການທ່ອງທ່ຽວທີ່ຢືນຍົງຂອງໂລກ
#ນະຄອນຫຼວງພະບາງ
#ພະແນກຖວທແຂວງຫຼວງພະບາງ
#ສະຖານີວິທະຍຸໂທລະພາບແຂວງ
#ຂ່າວສານຫຼວງພະບາງ
#ທ່ອງທ່ຽວຫຼວງພະບາງ
#ມໍຣະດົກໂລກ

08/02/2025
ສະມາຄົມໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານບັນເທີງ-ຄາຣາໂອເກະ, ຮ້ານນວດ ແລະ ສະປາ ແຂວງຫຼວງພະບາງ ສົມທົບກັບສູນຝຶກອົບຮົມ DMITH by...
07/02/2025

ສະມາຄົມໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານບັນເທີງ-ຄາຣາໂອເກະ, ຮ້ານນວດ ແລະ ສະປາ ແຂວງຫຼວງພະບາງ ສົມທົບກັບສູນຝຶກອົບຮົມ DMITH by DFICT ພາຍໃຕ້ໂຄງການ ລາວ/336 ໄດ້ຈັດຝຶກອົບຮົມ ທັກສະດ້ານການບໍລິການທ່ອງທ່ຽວ ແລະ ໂຮງແຮມ ໃນລະຫວ່າງວັນທີ 2-7 ກຸມພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບຜູ້ປະກອບການທຸລະກິດທີ່ໃຫ້ບໍລິການທ່ອງທ່ຽວ ຂະໜາດນ້ອຍ ແລະ ຂະໜາດກາງ ເຊິ່ງມີຫົວຂໍ້ຝຶກອົບຮົມດັ່ງລຸ່ມນີ້:
1. ສາຂາການບໍລິການແມ່ບ້ານ
2. ສາຂາການບໍລິການຮ້ານອາຫານ
3. ການບໍລິການຮັບຕ້ອນ
4. ຜູ້ບໍລິຫານ Executive training


ຂະບວນສົ່ງເສີມປີທ່ອງທ່ຽວລາວ 2024 ທີ່ແຂວງຫຼວງພະບາງCelebration Visit Laos Year 2024 in Luang Prabang
23/04/2024

ຂະບວນສົ່ງເສີມປີທ່ອງທ່ຽວລາວ 2024 ທີ່ແຂວງຫຼວງພະບາງ

Celebration Visit Laos Year 2024 in Luang Prabang



ງານວາງສະແດງສິນຄ້າສະເຫຼີມສະຫຼອງປີທ່ອງທ່ອງລາວ 2024 ແຂວງຫຼວງພະບາງ Visit Laos Year Celebration Exhibition 2024 in Luang Prab...
23/04/2024

ງານວາງສະແດງສິນຄ້າສະເຫຼີມສະຫຼອງປີທ່ອງທ່ອງລາວ 2024 ແຂວງຫຼວງພະບາງ

Visit Laos Year Celebration Exhibition 2024 in Luang Prabang Province


ທ່ານ ນາງ ຕຸ່ນ ສີສຸພັນທະວົງ ປະທານສະມາຄົມໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານບັນເທີງ-ຄາຣາໂອເກະ, ຮ້ານນວດ ແລະ ສະປາ ແຂວງຫຼວງພະບາ...
23/04/2024

ທ່ານ ນາງ ຕຸ່ນ ສີສຸພັນທະວົງ ປະທານສະມາຄົມໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານບັນເທີງ-ຄາຣາໂອເກະ, ຮ້ານນວດ ແລະ ສະປາ ແຂວງຫຼວງພະບາງ ຕາງໜ້າມອບເງີນ ສະໜັບສະໜູນ ສຳລັບກິດຈະກຳປີທ່ອງທ່ຽວລາວ 2024


Address

Phanom Village
Luang Prabang
06000

Website

Alerts

Be the first to know and let us send you an email when LPB Association posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to LPB Association:

Share

Category