12/04/2025
(English below)
ເກັບພາບພິທີເປີດງານ ສະບາຍດີຍີ່ປຸ່ນ ປະຈຳປີ 2025 ທີ່ສວນປະຕູໄຊ ໃນວັນທີ 30 ມີນາ 2025 ທີ່ຜ່ານມາ.
ໂດຍເປັນກຽດເຂົ້າຮ່ວມພິທີເປີດງານຄັ້ງນີ້ມີ ທ່ານ ຊຶໂຕມຸ ໂຄອິຊູມິ ເອກອັກຄະລະທະທູດຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ປອ ພຸດ ສິມມະລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ບົວສອນ ວົງຖາວອນ ປະທານສະມາຄົມອະດີດນັກສຶກສາລາວຈົບມາຈາກປະເທດຍີ່ປຸ່ນ ແລະ ແຂກກິດຕິມະສັກຜູ້ຊົງຄຸນນະວຸດ.
ງານດັ່ງກ່າວເປັນງານສະເຫຼີມສະຫຼອງການສ້າງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70ປີ, ພາຍໃນງານນອກຈາກມີການຈຳໜ່າຍອາຫານທັງສອງຊາດ ລາວ-ຍີ່ປຸ່ນແລ້ວ, ຍັງມີການຈຳຫນ່າຍສິນຄ້າ ແລະ ສະແດງສິລະປະທັງສອງຊາດນຳອີກ, ພ້ອມຍັງມີກິດຈະກຳໃສ່ຊຸດຢູກະຕະ, ມີການແຂ່ງຮ້ອງເພງຍີ່ປຸ່ນ, ແຂ່ງຕຳຫມາກຫຸ່ງໂດຍຄົນຍີ່ປຸ່ນ, ການສາທິດເຮັດອາຫານຍີ່ປຸ່ນ, ການເດີນຂະບວນພາເຫລດຂອງຄອສເພລ, ການໂຊພອກລາຍລາວຢູ່ກາງເດີ່ນ, ມີການສະແດງຂອງນ້ອງໆນັກຮຽນປະຖົມ, ການຟ້ອນລຳແບບຍີ່ປຸ່ນ (Bon Odori), ແລະ ຟ້ອນລຳວົງແບບລາວໆປິດທ້າຍງານ.
ພິເສດສຸດໆ, ມີສິລະປິນແຖວໜ້າຂອງບ້ານເຮົາ ນຳທັບໂດຍ ອາລຸນ້າ, ໂອລ້າ ແບລກອາຍ! ແລະ ສິລະປິນກຸ່ມໄວລຸ້ນທີ່ກຳລັງມາແຮງສຸດໆ ທັງ 2 ກຸ່ມ: MVIIZ (ເອັມວີສ) ແລະ Fizche (ຟິດຊີ້) ມາສ້າງສີສັນພາຍໃນງານອີກດ້ວຍ.
ກົດຕິດຕາມເພຈພວກເຮົາເພື່ອອັບເດດຮູບພາບທີ່ຈະມາອັບເດດບໍ່ແບບກັກ ໄວໆນີ້!!!!!
Highlight photos of Sabaidee Japan 2025 Opening Ceremony at Patuxay Park on March 30, 2025.
The opening ceremony was attended by Mr. Tsutomu Koizumi, The Ambassador of Japan to Lao PDR, Mr. Atsaphangthong Siphandone, Mayor of Vientiane Capital, Mr. Phouth Simmalavong, Minister of Education and Sports, Ms. Buasone Vongthavone, President of Japan Alumni of Laos Association, and many other distinguished guests.
The event was held to celebrate the 70th anniversary of the establishment of diplomatic relations between Laos and Japan. Apart from selling food from both countries, the event also featured products and art performances from both countries. There were also activities such as wearing yukata, a Japanese singing competition, a papaya salad competition by Japanese people, a Japanese cooking demonstration, a cosplay parade, a Lao ancient pattern paster show in the middle of the event, performances by elementary school students, a Japanese Bon Odori dance, and a Lao Lam Vong dance to close the event.
The most notable were the leading artists, led by Aluna and Ola Blackeyes! And two hot teen artists, MVIIZ and Fizche, also show on the stage.
Follow our page to receive photos updates very soon!!!!!