25/10/2026
🔴 ຢ່າຟ້າວຕົກໃຈ! ສຳມະໂນຄົວ "ບໍ່ໄດ້ຫາຍໄປໃສ" ❌📕
ຫຼາຍຄົນຍັງສັບສົນວ່າ: ທາງການເຊົາອອກປຶ້ມສຳມະໂນຄົວແບບເຈ້ຍແລ້ວ ຈະບໍ່ມີສຳມະໂນຄົວອີກຕໍ່ໄປ?
👉 #ຄວາມຈິງແລ້ວ: ສຳມະໂນຄົວເຮົາຍັງຄົບຖ້ວນຄືເກົ່າ! ພຽງແຕ່ຍົກລະດັບຈາກ "ປຶ້ມເຈ້ຍທຳມະດາ" ທີ່ຈີກຂາດງ່າຍ, ປອມແປງງ່າຍ ຍ້າຍມາຝັງໄວ້ໃນ ຊິບບັດປະຈຳຕົວດິຈິຕ້ອນ ແລະ ເບິ່ງຜ່ານແອັບ LAeID ໃນມືຖືແບບສະດວກສະບາຍກວ່າ.
👉 #ປ່ຽນເພື່ອຄວາມປອດໄພ ວ່ອງໄວ ແລະ ຫຼຸດຜ່ອນຂັ້ນຕອນເອກະສານ.
ຊ່ວຍກົດໄລຄ໌ ກົດແຊຣ໌ ບອກຕໍ່ພໍ່ແມ່ພີ່ນ້ອງເຮົາໃຫ້ເຂົ້າໃຈນຳກັນເດີ! 🙏
#ບັດປະຈຳຕົວດິຈິຕອນ #ສຳມະໂນຄົວລາວ #ທັນສະໄໝ