Call Directions

J Thai We serve Thai Cuisine dine-in or take out A party of 5 or more should call in for a reservation.

Also, it would be highly advised to place your order before hand upon you reservation.

10/20/2026
10/20/2026

ຊົມເຊີຍນໍ້າໃຈອ້າຍຕຳຫຼວດຕຳຫຼວດດູດນໍ້າມັນຈາກລົດຈັກຕົນເອງ ເພື່ອແບ່ງໃຫ້ປະຊາຊົນທີ່ນໍ້າມັນລົດໝົດກາງທາງ.
ທີ່ມາ : ບາວໂດ້ #ຂ່າວສົດ

10/20/2026

9 ເດືອນ ອັດຕະປື ສົ່ງອອກກະສິກຳ-ປ່າໄມ້ ມູນຄ່າກວ່າ 201 ລ້ານໂດລາ
______________________________
ໃນໄລຍະ 9 ເດືອນຕົ້ນປີ 2026, ແຂວງອັດຕະປື ສາມາດສົ່ງອອກຜະລິດຕະພັນກະສິກຳ ແລະ ປ່າໄມ້ ລວມມູນຄ່າ 201,312,059.03 ໂດລາສະຫະລັດ, ມີປະລິມານລວມ 239,863.184 ໂຕນ, ສະທ້ອນໃຫ້ເຫັນເຖິງການຊຸກຍູ້ການຜະລິດກະສິກຳເປັນສິນຄ້າ ແລະ ການປຸງແຕ່ງຂັ້ນຕົ້ນ ເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກ.

ທ່ານ ສາຍຝົນ ນາມມະວົງສາ ຫົວໜ້າຫ້ອງການບໍລິຫານ, ແຜນການ ແລະ ຈັດຕັ້ງ ພະແນກກະ ສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື ໄດ້ລາຍງານຕໍ່ກອງປະຊຸມສະຫຼຸບຜົນງານ 9 ເດືອນເມື່ອວັນທີ 14 ຕຸລາ 2026 ວ່າ: ໃນໄລຍະຜ່ານມາ ແຂວງໄດ້ສຸມໃສ່ຊຸກຍູ້ການຜະລິດກະສິກຳເປັນສິນຄ້າ ແລະ ປຸງແຕ່ງຂັ້ນຕົ້ນ ເພື່ອຕອບສະໜອງຄວາມຕ້ອງການພາຍໃນ ແລະ ຂະຫຍາຍຕະຫຼາດສົ່ງອອກ.
ສຳລັບມູນຄ່າການສົ່ງອອກແບ່ງຕາມປະເພດ ປະກອບມີ: ພືດ ແລະ ຜະລິດຕະພັນຈາກການປູກພືດ ຈຳນວນ 135,033.203 ໂຕນ, ມູນຄ່າ 165,715,897.41 ໂດລາສະຫະລັດ, ຜະລິດຕະພັນຈາກໂຮງງານປຸງແຕ່ງພືດ ຈຳນວນ 82,432.66 ໂຕນ, ມູນຄ່າ 33,353,121.14 ໂດລາສະຫະລັດ, ສ່ວນໄມ້, ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງ ມີຈຳນວນ 22,397.32 ແມັດກ້ອນ, ມູນຄ່າ 2,243,040.48 ໂດລາສະຫະລັດ.
ນອກຈາກນີ້, ແຂວງຍັງໄດ້ອະນຸຍາດເຄື່ອນຍ້າຍສັດໄປຕ່າງແຂວງ 14 ຄັ້ງ, ລວມ 542 ໂຕ, ໃນນັ້ນ ມີຄວາຍ 405 ໂຕ ແລະ ງົວ 137 ໂຕ, ມູນຄ່າ 6,897 ລ້ານກີບ. ພ້ອມກັນນັ້ນ ຍັງມີການສົ່ງຜ່ານສັດອອກຕ່າງປະເທດ ປະກອບມີ: ຄວາຍ 1,759 ໂຕ, ງົວ 4,930 ໂຕ ແລະ ປາຄໍ່ 14,000 ໂຕ.

ຂະນະດຽວກັນ, ໃນໄລຍະ 9 ເດືອນຂອງປີນີ້ ແຂວງອັດຕະປື ຍັງມີການນຳເຂົ້າພືດຜັກລວມ 140.59 ໂຕນ, ມູນຄ່າ 36,381.35 ໂດລາສະຫະລັດ, ປະກອບມີ: ພືດຜັກສົດ 42.83 ໂຕນ, ພືດຜັກແຫ້ງ 81.58 ໂຕນ, ໝາກໄມ້ 15.59 ໂຕນ ແລະ ແປ້ງມັນຕົ້ນ 0.6 ໂຕນ. ນອກນັ້ນ ຍັງນຳເຂົ້າສັດລວມ 111,565 ໂຕ, ໃນນັ້ນ ມີໝູ 5,065 ໂຕ ແລະ ສັດປີກ 105,600 ໂຕ, ນຳເຂົ້າຜະລິດຕະພັນສັດ 1,407,509 ກິໂລ ແລະ ສິນຄ້າທີ່ກ່ຽວກັບສັດອີກ 8,214 ໂຕນ.

ຜົນງານດັ່ງກ່າວ ສະທ້ອນເຖິງບົດບາດຂອງຂະແໜງກະສິກຳ ແລະ ສິ່ງແວດລ້ອມ ໃນການຊຸກຍູ້ການຜະລິດເປັນສິນຄ້າ, ສ້າງມູນຄ່າເພີ່ມໃຫ້ຜະລິດຕະພັນກະສິກຳ ແລະ ຂະຫຍາຍໂອກາດທາງ ການຄ້າຂອງແຂວງ.

ຂ່າວ: ວັດທະນາ

10/20/2026

ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຂໍແຈ້ງຜູ້ປະກອບການ ແລະ ຜູ້ຊົມໃຊ້ຢາຊາບວ່າ: ປັດຈຸບັນພົບມີການຈຳໜ່າຍ ຜະລິດຕະພັນທີ່ນຳເຂົ້າບໍ່ຖືກຕ້ອງ ຕາມທ້ອງຕະຫຼາດ ແລະ ສື່ສັງຄົມອອນລາຍ. ເຊິ່ງຜະລິດຕະພັນມີການຫຸ້ມຫໍ່ຕິດສະຫຼາກ ສີສັນຄ້າຍຄືຜະລິດຕະພັນທີ່ໄດ້ຮັບການຂຶ້ນທະບຽນ ຫຼື ຈົດແຈ້ງ. ຈາກການກວດກາພົບວ່າ ຜະລິດຕະພັນດັ່ງກ່າວ ບໍ່ໄດ້ຂຶ້ນທະບຽນ ຫຼື ຈົດແຈ້ງຈາກກົມອາຫານ ແລະ ຢາ ແລະ ມີການລັກລອບນຳເຂົ້າໂດຍບໍ່ໄດ້ຮັບອະນຸຍາດ, ຈຶ່ງບໍ່ສາມາດຮັບປະກັນໄດ້ເຖິງແຫຼ່ງທີ່ມາ, ຄຸນນະພາບ ແລະ ຄວາມປອດໄພຂອງປະລິດຕະພັນ.
(ອ່ານຕໍ່⬇)
--------------------------
©ກະຊວງສາທາລະນະສຸກກົມອາຫານ ແລະ ຢາ
#ຄຣິບເດັດ #ເລື່ອງດັງ #ກວດພົບຢາປອມ #ກະຊວງສາທາລະນະສຸກ

10/20/2026

ສະພາແຫ່ງຊາດ ເນັ້ນໜັກ: ປີ 2027 ຕ້ອງເດັດຂາດ! ເລັ່ງເກັບກູ້ເງິນລັດ ແລະ ຊັບສິນທີ່ຕົກເຮ່ຍຄືນໃຫ້ໄດ້ໂດຍໄວ

ຊົມເຊີຍຜົນງານຜ່ານມາທີ່ສາມາດເກັບກູ້ເງິນເຂົ້າງົບປະມານໄດ້ຫຼາຍກວ່າ 11.171 ຕື້ກີບ! ແຕ່ເພື່ອອັດຊ່ອງໂຫວ່ທາງດ້ານການເງິນຂອງປະເທດໃຫ້ໄດ້ຢ່າງແທ້ຈິງ, ວຽກງານກວດກາ ແລະ ກວດສອບ ຍັງຕ້ອງໄດ້ຍົກລະດັບຄວາມເຂັ້ມງວດຂຶ້ນຕື່ມ.

ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ ໄດ້ຕາງໜ້າຄະນະປະຈຳສະພາແຫ່ງຊາດ ເນັ້ນໜັກທິດທາງສຳຄັນ ສຳລັບປີ 2027 ໃຫ້ແກ່ 2 ອົງການກວດກາ-ກວດສອບແຫ່ງລັດ ໂດຍມີຈຸດສຳຄັນດັ່ງນີ້:

🔹 ສຸມໃສ່ຂະແໜງການຫຼັກ: ກວດສອບການນຳໃຊ້ທີ່ດິນ, ປ່າໄມ້, ແຮ່ທາດ, ພະລັງງານ, ໂຄງການສຳປະທານ ແລະ ກວດກາການເກັບລາຍຮັບ-ລາຍຈ່າຍ ໃຫ້ເລິກເຊິ່ງກວ່າເກົ່າ.
🔹 ມາດຕະການຕ້ອງເດັດຂາດ: ກຳນົດເວລາຊັດເຈນໃນການເກັບກູ້ເງິນ ແລະ ຊັບສິນຂອງລັດທີ່ຕົກເຮ່ຍຄືນມາໃຫ້ສຳເລັດ.
🔹 ທັນສະໄໝ ແລະ ໂປ່ງໃສ: ໃຫ້ນຳໃຊ້ເຕັກໂນໂລຊີເຂົ້າຊ່ວຍໃນການກວດກາ ແລະ ດຳເນີນຄະດີຜູ້ທີ່ສໍ້ລາດບັງຫຼວງຢ່າງເຂັ້ມງວດທີ່ສຸດ.
🔹 ຕິດພັນກັບຜົນງານຄະນະນຳ: ຖືເອົາຄວາມສຳເລັດໃນການແກ້ໄຂຜົນການກວດກາ ເປັນ "ມາດຖານປະເມີນຜົນງານ" ຂອງຄະນະພັກ-ຄະນະນຳ ແລະ ຕ້ອງລາຍງານຄວາມຄືບໜ້າທຸກໆ 6 ເດືອນ!

🗣 ມຸມມອງຂອງທ່ານເດ ຄິດແນວໃດຕໍ່ປະເດັນນີ້?
ຈາກມາດຕະການທີ່ທາງສະພາແຫ່ງຊາດໄດ້ວາງອອກມາ, ທຸກທ່ານຄິດວ່າມີ ຂະແໜງການໃດ ຫຼື ຈຸດໃດຕື່ມອີກ ທີ່ລັດຖະບານຄວນລົງເລິກກວດກາເປັນພິເສດ ເພື່ອແກ້ໄຂບັນຫາເສດຖະກິດໃນປັດຈຸບັນ?

👇 ຮ່ວມສະແດງຄວາມຄິດເຫັນ ແລະ ແລກປ່ຽນມຸມມອງຂອງທ່ານຢ່າງສ້າງສັນ ຢູ່ກ້ອງຄອມເມນນີ້ໄດ້ເລີຍ!

(ຂໍ້ມູນຈາກ: ວິທະຍຸກະຈາຍສຽງກອງທັບປະຊາຊົນລາວ)
#ສະພາແຫ່ງຊາດລາວ #ການເງິນລາວ #ອົງການກວດສອບແຫ່ງລັດ #ອົງການກວດກາແຫ່ງລັດ #ເສດຖະກິດລາວ #ຂ່າວລາວ

05/28/2026

Address

2352 Springs Road NE
Hickory, NC
28601

Opening Hours

Monday 5pm - 8pm
Tuesday 11am - 8pm
Wednesday 11am - 8pm
Thursday 11am - 8pm
Friday 11am - 9pm
Saturday 11am - 9pm
Sunday 11am - 8pm

Telephone

+18282569808

Website

Alerts

Be the first to know and let us send you an email when J Thai posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category

Nearby restaurants